About > Registration ( ການລົງທະບຽນເຂົ້າຮຽນ ) 
ການສຶກສາ
 ຄືຄວາມຫວັງ 
ລົງທະບຽນເຂົ້າຮຽນໃນ
ມື້ນີ້ ເພື່ອອານາຄົດທີ່ດີ
ໃນມື້ໜ້າ 
ສ້າງອານາຄົດທີ່ດີ
 ຄືໜ້າທີ່ຂອງພວກເຮົາ 
 
  CopyRights Reserved  Comcenter College 2009
Website designed and developped by Xaynhonh Khammavong
Director of Comcenter College
Address : Comcenter College, Khouvieng Boulevard, Nongchan Village, Sisattanak District
Vientiane Capital, Lao People's Democratic Republic
Tel : ( 856 ) 021 216532, 213548,  Fax : ( 856 ) 021 222433,  Postal Box :  2224
E-mail : comcenteruniversity@yahoo.com
Websites : www.laocomcenter.com   /   www.comcenterlao.com

ການລົງທະບຽນເຂົ້າຮຽນ ທີ່ວິທະຍາໄລ ຄອມເຊັນເຕີ
            
             ການຕັດສິນໃຈເລືອກບ່ອນຮຽນ

                                               ກ່ອນຕັດສິນໃຈເລືອກຮຽນ
                                               ຢູ່ໂຮງຮຽນ ຫລື ວິທະຍາໄລ

                                               ແຫ່ງໃດກໍດີ ຕ້ອງສຶກສາ
                                               ຂໍ້ມູນໃຫ້ລະອຽດ ເຊັ່ນ

                                               ດ້ານຫລັກສູດ ທີ່ສັງຄົມ
                                               ຕ້ອງການ, ດ້ານປະສົບການ
    ຂອງຄູອາຈານທີ່ສອນ,
ດ້ານລະບຽບວິໄນ, ດ້ານອາຄານຮຽນ
    ອຸປະກອນການຮຽນການສອນ ແລະ ສິ່ງອຳນວຍຄວາມ 
    ສະດວກຕ່າງໆ ລວມທັງ
ດ້ານກິດຈະກຳນອກຫລັກສູດ ທີ່
    ສາມາດເພີ່ມຄວາມຮູ້ ແລະທັກສະ ແກ່ຜູ້ຮຽນ. ຖ້າເລືອກ
    ບ່ອນຮຽນຜິດພາດ ຫລື ໄປຮຽນ
ຕາມແຟຊັນ ຫລື ຕາມການ
    ເຫີ່ກັນ ອາດຈະຜິດພາດໄດ້, ການຜິດພາດແຕ່ລະຄັ້ງ ເຮັດໃຫ້
    ຕ້ອງເສຍເວລາຮຽນຄືນໃໝ່ ຍ້ອນໄດ້ແຕ່ໃບປະກາສະນິຍະ  
    ບັດ ແຕ່ບໍ່ມີຄວາມຮູ້ ຄວາມສາມາດ ຕາມທີ່ສັງຄົມຕ້ອງການ.
    ໂຮງຮຽນ ແລະ ສະຖາບັນການສຶກສາທຸກແຫ່ງ ບໍ່ວ່າພາກລັດ
    ແລະ ພາກເອກະຊົນ ແມ່ນດີໝົດ ຖ້າຫາກປະຕິບັດໄດ້ ຕາມ
    ລະບຽບ ແລະ ມາດຕະຖານ ທີ່ກະຊວງສຶກສາທິການ ໄດ້ວາງ
    ອອກ ແລະ ປະຕິບັດຕາມຫລັກການ ຂອງ ການບໍລິຫານ
    ການສຶກສາ.

             ວິທະຍາໄລ ຄອມເຊັນເຕີ  ແມ່ນສະຖາບັນແຫ່ງໜຶ່ງ
    ທີ່ໄດ້ພັດທະນາອາຄານສະຖານທີ່, ອຸປະກອນການຮຽນ-ການ
    ສອນ ທີ່ທັນສະໄໝ ແລະ ພຽງພໍ, ມີຫລັກສູດທີ່ຫລາກຫລາຍ
    ເພື່ອໃຫ້ເລືອກຮຽນ, ມີສິ່ງອຳນວຍຄວາມສະດວກຫລາຍຢ່າງ, 
    ມີລະບຽບວິໄນ ແລະ ການຈັດຕັ້ງມະຫາຊົນ, ມີຄູອາຈານທີ່ມີ
    ປະສົບການ ຕຽມພ້ອມບໍລິການ ການສຶກສາ ເພື່ອທຸກຄົນ.
            
           ການລົງທະບຽນເຂົ້າຮຽນປະຈຳປີ
                                           (1)  ສຳລັບນັກສຶກສາເກົ່າ :
                                                  ນັກສຶກສາເກົ່າທຸກຄົນ
                                                  ທີ່ມີຈຸດປະສົງ ຈະຮຽນ
                                                  ຕໍ່ ໃນສົກສຶກສາໃໝ່
                                                  ໃຫ້ລົງທະບຽນເຂົ້າຮຽນ
     ຊ້າສຸດ ໃຫ້ແລ້ວກ່ອນວັນເຂົ້າຮຽນ ຂອງສົກຮຽນໃໝ່  2  
     ອາທິດ ເພື່ອຈະໄດ້ຈັດບ່ອນຮຽນ ກ່ອນເຂົ້າຮຽນ.

     (2)  ສຳລັບນັກສຶກສາໃໝ່
            ນັກສຶກສາ ທີ່ຈະເຂົ້າຮຽນໃໝ່ ຕ້ອງປະກອບຄໍາຮ້ອງ
            ດັ່ງນີ້ :
          1.  ປະກອບໃບຄໍາຮ້ອງ ຕາມແບບຟອມທີ່ຈັດໃຫ້
          2.  ສໍາເນົາໃບປະກາສະນິຍະບັດ ຈົບມັດທະຍົມສຶກສາ
               ຕອນປາຍ ຫລື ໃບປະກາສະນິຍະບັດທຽບເທົ່າ,
               ແຕ່ຕ້ອງເອົາໃບສະບັບຕົ້ນໄປໃຫ້ເບີ່ງພ້ອມ
          3.  ສໍາເນົາບັດປະຈໍາຕົວປະຊາຊົນ ຫລື ສຳມະໂນຄົວ 
               ( ຖ້າຍັງບໍ່ທັນມີ ບັດປິຈໍາຕົວ ປະຊາຊົນ )
          4.  ມີສຸຂະພາບດີ, ບໍ່ມີພະຍາດຕິດຕໍ່, ບໍ່ຕິດຢາເສບຕິດ
               ບໍ່ມີຄະດີຕ້ອງໂທດມາກ່ອນ
          5.  ມີຄວາມຮູ້ພຶ້ນຖານດ້ານພາສາອັງກິດເບື້ອງຕົ້ນ
          6.  ຕ້ອງຜ່ານການສອບເສງ ທຽບລະດັບເຂົ້າຮຽນ
               ( Entrance Examination )
          7.  ຕ້ອງອ່ານ ແລະ ເຊັນຮັບຮູ້ລະບຽບ ຂອງໂຮງຮຽນ
               ກ່ອນເຂົ້າຮຽນ
          8.  ຄໍາຮ້ອງຕ້ອງໄປພົວພັນ ແລະ ຍື່ນດ້ວຍຕົນເອງ
          9.  ຄໍາຮ້ອງທີ່ຍື່ນແລ້ວ ຈະບໍ່ໄດ້ສົ່ງຄືນ

 ການໂອນໜ່ວຍກິດ ແລະ ວິຊາຮຽນ ຈາກສະຖາບັນອື່ນ :
           ນັກສຶກສາຈາກສະຖາບັນອື່ນ ທີ່ມີຈຸດປະສົງໂອນວິຊາຮຽນ ເພື່ອເຂົ້າຮຽນທີ່ວິທະຍາໄລ ຄອມເຊັນເຕີ ສາມາດໂອນໄດ້ ໂດຍທີ່ທາງ
ໂຮງຮຽນ ມີລະບຽບຫລັກການ ໃນການໂອນໄວ້ແລ້ວ. ການໂອນ ແມ່ນໃຫ້ເສງທຽບຊັ້ນເຂົ້າຮຽນ ສູງສຸດບໍ່ໃຫ້ເກີນຊັ້;ນຮຽນປີທີ 3.