About > College Policy ( ນະໂຍບາຍສົ່ງເສີມການສຶກສາ ) 
ການສຶກສາ
  ຄືຄວາມຫວັງ  
 Education
is the hope
  Everyday we grow
with current events
   ພິທີມອບໃບກຽດຕິຄຸນ ແລະ ລາງວັນ
ແກ່ນັກສຶກສາ ທີ່ຮຽນດີເດັ່ນ

 
  CopyRights Reserved  Comcenter College 2009
Website designed and developped by Xaynhonh Khammavong
Director of Comcenter College
Address : Comcenter College, Khouvieng Boulevard, Nongchan Village, Sisattanak District
Vientiane Capital, Lao People's Democratic Republic
Tel : ( 856 ) 021 216532, 213548,  Fax : ( 856 ) 021 222433,  Postal Box :  2224
E-mail : comcenteruniversity@yahoo.com
Websites : www.laocomcenter.com   /   www.comcenterlao.com

                                                                   
                ນະໂຍບາຍສົ່ງເສີມຜູ້ຮຽນດີເດັ່ນ
             -  ໄດ້ທີ 1 ຂອງຊັ້ນຮຽນ ຫລຸດຄ່າຮຽນ 30%
             -  ໄດ້ທີ 1 ສອງປີຕໍ່ກັນ ຫລຸດຄ່າຮຽນ 50%
             -  ໄດ້ທີ 1 ສາມປີຕໍ່ກັນ ຫລຸດຄ່າຮຽນ 100%










ນະໂຍບາຍສົ່ງເສີມການສຶກສາ ຂອງ ວິທະຍາໄລ ຄອມເຊັນເຕີ
                                                                   
            ນະໂຍບາຍສົ່ງເສີມການຮຽນພາສາອັງກິດ
             ເພື່ອສົ່ງເສີມການຮຽນ ພາສາອັງກິດ, ໃນແຕ່ລະປີ
   ວິທະຍາໄລ ຄອມເຊັນເຕີ ໄດ້ຈັດການແຂ່ງຂັນພາສາອັງກິດ
   ລະຫວ່າງຫ້ອງຕໍ່ຫ້ອງຂື້ນ ແລະ ມອບລາງວັນຊົມເຊີຍຕ່າງໆ









   ພິທີມອບລາງວັນຊົມເຊີຍຜູ້ຊະນະເລີດ ແລະ
 ຜູ້ເຂົ້າຮ່ວມການແຂ່ງຂັນພາສາອັງກິດ

                                                                   
                ນະໂຍບາຍສົ່ງເສີມຜູ້ຮຽນອ່ອນ ຫລື ຜູ້ທີ່ 
         ຂາດຮຽນເກີນຊົ່ວໂມງ ທີ່ໄດ້ກຳນົດໄວ້
         ຫລື ຜູ້ທີ່ສອບເສງບໍ່ຜ່ານໃນວິຊາຕ່າງໆ
       (1)  ຕໍ່ນັກສຶກສາທີ່ຮຽນອ່ອນ ໂດຍສະເພາະ ໃນໄລຍະ
              ເລີ່ມເຂົ້າຮຽນໃໝ່, ວິທະຍາໄລ ຄອມເຊັນເຕີ ຈະຈັດ
              ບຳລຸງຮອບຮຽນພິເສດ ໃນມື້ວັນເສົາ ແລະ ວັນອາທິດ
              ຫລື ໃນພາກທີ່ບໍ່ມີຮອບສອນ ເພື່ອໃຫ້ສາມາດຮຽນ
              ທັນຜູ້ອື່ນ.
       (2)  ສຳລັບຜູ້ທີ່ຂາດຮຽນເກີນກຳນົດ ເຊັ່ນ ເກີນ 20%
              ( ຫລື  ຮຽນບໍ່ເຖີງ 80% ຂອງຈຳນວນຊົ່ວໂມງຮຽນ
              ທັງໝົດ ຂອງແຕ່ລະວິຊາ )  ວິທະຍາໄລ ຄອມເຊັນເຕີ
              ຈະຈັດໃຫ້ຮຽນເພີ່ມພິເສດ ໂດຍອີງຕາມຈຳນວນ
              ຊົ່ວໂມງ ທີ່ຂາດຮຽນຕົວຈິງ.
        (3)  ສຳລັບຜູ້ທີ່ສອບເສງບໍ່ຜ່ານ ໃນວິຊາໃດໜຶ່ງ,
              ວິທະຍາໄລ ຄອມເຊັນເຕີ ຈະຈັດໃຫ້ສອບເສງຄືນໃໝ່
              ໃນວິຊານັ້ນໆ.

              ສຳລັບການຮຽນເພີ່ມ ແລະ ການສອບເສງຄືນໃໝ່
      ວິທະຍາໄລ ຄອມເຊັນເຕີ ມີລະບຽບການ ແລະ ເງື່ອນໄຂ
      ກຳນົດໄວ້ຢ່າງລະອຽດ ຊຶ່ງສາມາດສອບຖາມໄດ້ ນຳຫ້ອງ
      ການບໍລິຫານ ຫລື ຫ້ອງການເລຂາ ຂອງວິທະຍາໄລ.
                                                                   
            ມອບໃບກຽດຕິຄຸນ ແກ່ຜູ້ທີ່ຮຽນດີເດັ່ນ
   (1)  ນັກສຶກສາ ທີ່ໄດ້ທີ 1 ຂອງແຕ່ລະຊັ້ນຮຽນ ໃນແຕ່ລະ
         ສົກສຶກສາ ຈະໄດ້ຮັບໃບກຽດຕິຄຸນຮຽນດີເດັ່ນ ຂອງ
         ວິທະຍາໄລ ຊຶ່ງມອບໂດຍທ່ານລັດຖະມົນຕີ ກະຊວງ 
         ສຶກສາທິການ ໃນພິທີມອບປະກາສະນິຍະບັດ ແກ່
         ຜູ້ທີ່ຈົບຫລັກສູດ ໃນແຕ່ລະລຸ້ນ.
  (2)  ນັກສຶກສາທີ່ຈົບຫລັກສູດ ຊຶ່ງມີຄະແນນສະເລ່ຍລວມ
         ຂອງທຸກວິຊາຮຽນ ແຕ່ປີ 1 ຫາປີສຸດທ້າຍ ສູງກວ່າໝູ່
         ຈະໄດ້ຮັບໃບກຽດຕິຄຸນຮຽນດີເດັ່ນ ແລະ ມອບລາງວັນ
         ຊົມເຊີຍ ຈາກທ່ານລັດຖະມົນຕີ ກະຊວງສຶກສາທິການ
         ໃນພິທີມອບປະກາສະນິຍະບັດ ແກ່ນັກສຶກສາທີ່ຈົບ
         ຫລັກສູດ ໃນແຕ່ລະລຸ້ນ.


   ພິທີມອບໃບກຽດຕິຄຸນ ແລະ ລາງວັນຊົມເຊີຍ
ແກ່ນັກສຶກສາ ທີ່ຮຽນດີເດັ່ນ

                                                                   
            ນະໂຍບາຍໃຫ້ທຶນການສຶກສາ
   (1)  ໃຫ້ທຶນສຶກສາ ແກ່ທິມທີ່ຊະນະເລີດການແຂ່ງຂັນເສງເພງ
   (2)  ໃຫ້ທຶນສຶກສາ ແກ່ຜູ້ທີ່ຄັດເລືອກເຂົ້າຮຽນປະລິນຍາໂທ
          ຢູ່ວິທະຍາໄລ ຄອມເຊັນເຕີ ເຊັ່ນ ນັກສຶກສາ ທີ່ຮຽນເກັ່ງ,
          ມີມະນຸດສຳພັນດີ, ມັກອາຊີບຄູ, ພື້ນຖານພາສາອັງກິດດີ
                                                                   
            ນະໂຍບາຍສົ່ງເສີມອື່ນໆ
   (1)  ນັກສຶກສາ ທີ່ມີເອື້ອຍອ້າຍນ້ອງ ມາຮຽນນຳກັນ
         ຫລຸດຄ່າ
ຮຽນ 5%
   (2)  ນັກສຶກສາ ທີ່ຈ່າຍເງິນຄ່າຮຽນ ກ່ອນລ່ວງໜ້າໝົດປີ
          ຫລຸດຄ່າຮຽນ 5%