ປະຫວັດຄວາມເປັນມາໂດຍຫຍໍ້ :

                               
         ວິທະຍາໄລ ຄອມເຊັນເຕີ  ໄດ້ສ້າງ
                        ຕັ້ງໃນປີ  1991  ເປັນສູນຝຶກອົບ
   ຮົມ ຄອມພິວເຕີ ວິຊາຊີບໄລຍະສັ້ນ  ກ່ຽວກັບ ການນຳໃຊ້
   ຄອມພິວເຕີທົ່ວໄປ,   ຄອມພິວເຕີ   ສຳລັບການຄຸ້ມຄອງ
   ວຽກງານທຸລະກິດ  ເຊັ່ນ ໂປຣແກຣມການບັນຊີ,  ລະບົບ     
   ສາງ, ການທະນາຄານ ແລະ ອື່ນໆ.  ນອກຈາກນັ້ນ ຍັງ
   ສອນພາສາອັງກິດທົ່ວໄປ, ບັນຊີວິສາຫະກິດ,  ການຂຽນ
   ໂປຣແກຣມ ຄອມພິວເຕີ, ການສ້ອມແປງ  ແລະ  ບຳລຸງ
   ຮັກສາຄອມພິວເຕີ.                 
            ຕໍ່ມາ ໃນປີ 1993   ເພື່ອຕອບສະໜອງຄວາມ
   ຕ້ອງການ ຂອງສັງຄົມ ໃນການພັດທະນາຊັບພະຍາກອນ
   ມະນຸດ   ທາງດ້ານການບໍລິຫານ   ແລະ   ການບໍລິການ
   ທຸລະກິດ ວິທະຍາໄລ ຄອມເຊັນເຕີ ຈຶ່ງໄດ້ເປີດສອນຫລັກ
   ສູດຊັ້ນສູງ ຂະແໜງບໍລິຫານທຸລະກິດ ແລະ ພາສາອັງກິດ
   ທຸລະກິດຂື້ນ   ຊຶ່ງເປັນວິທະຍາໄລ  ຊັ້ນສູງພາກເອກະຊົນ
   ແຫ່ງທຳອິດຂອງລາວ.


                                            ການຂະຫຍາຍຕົວ ຂອງ ວິທະຍາໄລ :
                         ວິທະຍາໄລ ຄອມເຊັນເຕີ ໄດ້ພັດທະນາການ
                         ສຶກສາ ຢ່າງບໍ່ຫຍຸດຢັ້ງ  ເພື່ອຕອບສະໜອງ
                         ຄວາມຕ້ອງການ   ຂອງ ຜູ້ຮຽນ,  ຕະຫລາດ
   ແຮງຮງານ ແລະ ແຜນພັດທະນາເສດຖະກິດ-ສັງຄົມ  ຂອງຊາດ
   ຄື ໃນສົກປີ 2002-2003 ໄດ້ເປີດສອນຫລັກສູດ  ປະລິນຍາຕີ
   ຂະແໜງບໍລິຫານທຸລະກິດ, ພາສາອັງກິດທຸລະກິດ ແລະກົດໝາຍ
   ທຸລະກິດ,   ໃນສົກປີ  2007-2008   ໄດ້ເປີດສອນຫລັກສູດ
   ປະລິນຍາໂທ  ຂະແໜງບໍລິຫານ ທຸລະກິດ   (  Master   of
   Business Administration : MBA )
               ໃນແຕ່ລະປີ  ມີນັກສຶກສາ  ບໍ່ຕໍ່າກວ່າ   1,000 ຄົນ
   ເຂົ້າຮຽນ, ມີຄູອາຈານ  ທີ່ມີປະສົບການ  ໃນການເຮັດວຽກຕົວຈິງ
   ແລະ  ມີປະສົບການ ໃນການສອນມາດົນ.   ອາຄານຮຽນ   ໄດ້
   ຂະຫຍາຍຕົວ ຈາກ 1 ຫລັງ ມາເປັນ 7 ຫລັງໃນປັດຈຸບັນ  ລວມ
   ທັງອາຄານ 5 ຊັ້ນຫລັງໃໝ່ທີ່ສະອາດຈົບງາມ, ມີເດີ່ນຈອດລົດທີ່
   ກວ້າງຂວາງ, ມີເດີ່ນຫລິ້ນກິລາ, ມີຫ້ອງສະໝຸດ ທີ່ໃຊ້ອິນເຕີແນດ,
   ມີຫ້ອງຄອມພິວເຕີ,  ຫ້ອງອິນເຕີເນດ,  ຫ້ອງສະໂມສອນ ທີ່ບັນຈຸ
   700 ຄົນ, ມີອຸປະກອນການສອນທີ່ທັນສະໄໝ ແລະ ອື່ນໆ.       

About > Biography
Higher Diploma
1996-1997
Bachelor's Degree
2002-2003
Master Degree's
2007-2008
 ກ້າວໄປຕາມຍຸກສະໄໝ
      Grow with current events
 
  CopyRights Reserved  Comcenter College 2009
Website designed and developped by Xaynhonh Khammavong
Director of Comcenter College
Address : Comcenter College, Khouvieng Boulevard, Nongchan Village, Sisattanak District
Vientiane Capital, Lao People's Democratic Republic
Tel : ( 856 ) 021 216532, 213548,  Fax : ( 856 ) 021 222433,  Postal Box :  2224
E-mail : comcenteruniversity@yahoo.com
Websites : www.laocomcenter.com   /   www.comcenterlao.com