About us > Administration
 
 
  
    ຫລັກການ ການບໍລິຫານ ຂອງ ວິທະຍາໄລ ຄອມເຊັນເຕີ
                ວິທະຍາໄລ ຄອມເຊັນເຕີ ໄດ້ບໍລິຫານວິທະຍາໄລ ໂດຍອິງໃສ່ຫລັກການ ຂອງ
    ການບໍລິຫານ ດັ່ງນີ້ :
                  -  ປະສິດທິຜົນ
                  -  ປະສິດທິພາບ
                  -  ປະຫຍັດ
                  -  ຍຸດຕິທຳ
                  -  ສະເໝີພາບ
                  -  ທຸກຄົນມີສ່ວນຮ່ວມ   
    ການຈັດຕັ້ງ ຂອງ ວິທະຍາໄລ ຄອມເຊັນເຕີ
                ວິທະຍາໄລ ຄອມເຊັນເຕີ  ມີໂຄງຮ່າງການຈັດຕັ້ງ ໂດຍອິງຕາມຄຳແນະນຳ ຂອງ
    ກະຊວງສຶກສາທິການ, ສອດຄ່ອງກັບຈຸດພິເສດ, ຂະໜາດ ບໍລິມາດວຽກ,  ກິດຈະກຳ
    ການຮຽນ-ການສອນ, ປັດຊະຍາ ແລະ ວິໄສທັດ ທີ່ວິທະຍາໄລ ໄດ້ວາງໄວ້.
                ວິທະຍາໄລ  ມີໜ່ວຍງານຮັບຜິດຊອບວຽກ ແຕ່ລະຂະແໜງ ແລະ ມີການແບ່ງວຽກ
    ຢ່າງຊັດເຈນ,  ມີການເຮັດວຽກແບບເປັນທິມງານ ແລະ ປະຊາທິປະໄຕ ໂດຍເອົາສຽງສ່ວນ
    ຫລາຍເປັນອັນຕັດສິນ ໂດຍສອດຄ່ອງກັບສະພາບຄວາມເປັນຈິງ ໃນແຕ່ລະໄລຍະ.
                ນອກຈາກນັ້ນ ວິທະຍາໄລ ຍັງມີໜ່ວຍອົງການຈັດຕັ້ງຕ່າງໆ ເພື່ອສະໜັບສະໜູນ,
    ຈັດຕັ້ງປະຕິບັດ ແລະ ປະເມີນຜົນ ຕາມແຜນການ ແລະ ວິໄສທັດ ທີ່ໄດ້ກຳນົດໄວ້ ເຊັ່ນ 
    ສະພາໂຮງຮຽນ, ສະພາຄູ, ສະພານັກສຶກສາ, ອົງການຈັດຕັ້ງຊາວໜຸ່ມ, ສະຫະພັນແມ່ຍິງ   
 
  CopyRights Reserved  Comcenter College 2009
Website designed and developped by Xaynhonh Khammavong
Director of Comcenter College
Address : Comcenter College, Khouvieng Boulevard, Nongchan Village, Sisattanak District
Vientiane Capital, Lao People's Democratic Republic
Tel : ( 856 ) 021 216532, 213548,  Fax : ( 856 ) 021 222433,  Postal Box :  2224
E-mail : comcenteruniversity@yahoo.com
Websites : www.laocomcenter.com   /   www.comcenterlao.com