Information > News ( ກະດານຂ່າວ ສຳລັບນັກສຶກສາ )
 
 
 
ກະດານຂ່າວ ເລກທີ 1
ກະດານຂ່າວ ເລກທີ 2
ກະດານຂ່າວ ເລກທີ 3
ກະດານຂ່າວ ເລກທີ 4
ກະດານຂ່າວ ອີເລັກໂຕຣນິກ
Electronic Board
 
         ໃນເດືອນ 11 ແລະ 12 ປີ 2009 ນີ້  ພັກຮຽນ
 ໃນໂອກາດລາວເປັນເຈົ້າພາບ ຈັດແຂ່ງຂັນກິລາຊີເກມ
  ຄັ້ງທີ 25. ຂໍໃຫ້ນັກສຶກສາ ໄປຊົມ ແລະ ເຊຍ  
  ໃຫ້ກຳລັງໃຈ ແກ່ນັກກິລາລາວເຮົາ, ເປັນເຈົ້າພາບທີ່ດີ
  ໃນການຕ້ອນຮັບແຂກ, ຮັກສາຄວາມປອດໄພ, ຄວາມ
  ເປັນລະບຽບ ແລະ ຄວາມສະອາດຈົບງາມ
 
      -  ມື້ເຂົ້າຮຽນ ສຳລັບພາກຮຽນ 2 ແມ່ນ ວັນຈັນ
        ວັນທີ  4 ມັງກອນ 2010. 
     -  ກ່ອນເຂົ້າຮຽນ ກະລຸນາ ມາຈ່າຍເງິນຄ່າຮຽນດ້ວຍ
     -  ຜົນການສອບເສງ ປະຈຳພາກຮຽນ 1 ຈະແຈ້ງ
        ໃຫ້ຊາບຕາມພາຍຫລັງ
 
     ປີນີ້ ບໍ່ໄດ້ຈັດສະຫລອງປີໃໝ່ສາກົນ ເນື່ອງຈາກພັກ 
  ຮຽນ ຍ້ອນລາວເປັນເຈົ້າພາບ ຈັດແຂ່ງຂັນກິລາຊີເກມ
  ຄັ້ງທີ 25 ( ແຕ່ວັນທີ 9-18/12/2009 ). ວິທະຍາໄລ
  ຄອມເຊັນເຕີ ຂໍຖືໂອກາດນີ້ ອວຍພອນປີໃໝ່ສາກົນ
  ໃຫ້ຄູອາຈານ ແລະ ນັກສຶກສາທຸກຄົນ ຈົ່ງມີສຸຂະພາບ
  ເຂັ້ມແຂງ ແລະ ປະສົບຜົນສຳເລັດໃນໜ້າທີ່ການງານ
  ກໍຄື ໃນຊີວິດສ່ວນຕົວ ທຸກປະການ.
 
           ໃນປີນີ້ ເຖິງແມ່ນວ່າ ວິທະຍາໄລ ບໍ່ໄດ້ຈັດ
   ສະຫລອງປີໃໝ່ສາກົນກໍຕາມ ແຕ່ຈະຈັດສະຫລອງ
   ປີໃໝ່ລາວແທນ. ຂໍເຊີນນັກສຶກສາທຸກຄົນ ຕຽມພ້ອມ
   ມ່ວນຊື່ນ ພົບປະສັງສັນດ້ວຍກັນ. ຈະມີການຈົກສະ
   ຫລາກຊິງໂຊກ ເພື່ອແຈກທຶນການສຶກສາຟຣີ. ສຳລັບ
   ລາຍການຈັດປີໃໝ່ລາວນັ້ນ ຈຶ່ງຕົກລົງກັນຕື່ມ
   ພາຍຫລັງເຂົ້າຮຽນພາກຮຽນ 2.
 
  CopyRights Reserved  Comcenter College 2009
Website designed and developped by Xaynhonh Khammavong
Director of Comcenter College
Address : Comcenter College, Khouvieng Boulevard, Nongchan Village, Sisattanak District
Vientiane Capital, Lao People's Democratic Republic
Tel : ( 856 ) 021 216532, 213548,  Fax : ( 856 ) 021 222433,  Postal Box :  2224
E-mail : comcenteruniversity@yahoo.com
Websites : www.laocomcenter.com   /   www.comcenterlao.com

 
  ອ່ານຂ່າວພາຍໃນປະເທດ
 
  ອ່ານຂ່າວຕ່າງປະເທດ