About us > College Prestige ( ກຽດປະຫວັດ ຂອງ ວິທະຍາໄລ )
ການສຶກສາ
 ຄືຄວາມຫວັງ 
ຄອມເຊັນເຕີ ວິທະຍາໄລ
ເອກະຊົນ ແຫ່ງທໍາອິດ
ຢູ່ ສປປ ລາວ
 
  CopyRights Reserved  Comcenter College 2009
Website designed and developped by Xaynhonh Khammavong
Director of Comcenter College
Address : Comcenter College, Khouvieng Boulevard, Nongchan Village, Sisattanak District
Vientiane Capital, Lao People's Democratic Republic
Tel : ( 856 ) 021 216532, 213548,  Fax : ( 856 ) 021 222433,  Postal Box :  2224
E-mail : comcenteruniversity@yahoo.com
Websites : www.laocomcenter.com   /   www.comcenterlao.com

 
ອ.ຈ ໄຊຍົນ ຄໍາມະວົງ
ຜູ້ສ້າງຕັ້ງວິທະຍາໄລ,
     ຜູ້ອໍານວຍການ
ກຽດປະຫວັດ ຂອງ ວິທະຍາໄລ ຄອມເຊັນເຕີ
Comcenter College Prestige

                     ກຽດປະຫວັດ ໃນວົງການສຶກສາ

                                         ວິທະຍາໄລ ຄອມເຊັນເຕີ ໄດ້ຮັບ 
                                         ກຽດ ຈາກກະຊວງສຶກສາທິການ
                                         ໃຫ້ຮັບຜິດຊອບ ວຽກງານສໍາຄັນ
                                         ດັ່ງນີ້ :

     (1)  ເປັນສະມາຊິກ ແລະ ເປັນຄະນະປະຈໍາ ສະພາທີ່ປຶກ
            ສາ ອາຊີວະສຶກສາແຫ່ງຊາດ ( ແຕ່ປີ 2001-2009 )
     (2)  ເປັນສະມາຊິກ ສະພາທີ່ປຶກສາ ການສຶກສາ ພາກ
            ເອກະຊົນ 
     (3)  ເປັນຫົວໜ້າຄະນະກໍາມະການຂົນຂວາຍ ແລະ ສ້າງ
            ຕັ້ງ ສະມາຄົມໂຮງຮຽນ ພາກເອກະຊົນ
     (4)  ເປັນປະທານສະມາຄົມ ໂຮງຮຽນພາກເອກະຊົນ 
            ສະໄໝທີ 1 ( ແຕ່ປີ 2001-2005 )
     (5)  ເປັນປະທານສະມາຄົມໂຮງຮຽນ ພາກເອກະຊົນ
            ສະໄໝທີ 2 ( ແຕ່ປີ 2005-2009 )
     (6)  ເປັນກໍາມະການ ສ້າງຫລັກສູດວິຊາຊີບ ຂອງກຸ່ມ
            ໂຮງແຮມ ແລະ ຮ້ານອາຫານ

                                             

                                                       

                                                        

                                                  
ຫົວໜ້າກໍາມະການຂົນຂວາຍ
ແລະສ້າງຕັ້ງສະມາຄົມໂຮງຮຽນ
ພາກເອກະຊົນ ( ປີ 2001 )
ປະທານສະມາຄົມໂຮງຮຽນ
ພາກເອກະຊົນ ສະໄໝທີ 1
( 2001-2005 )
ປະທານສະມາຄົມໂຮງຮຽນ
ພາກເອກະຊົນ ສະໄໝທີ 2
( 2005-2009 )
ປະທານສະມາຄົມໂຮງຮຽນ
ພາກເອກະຊົນ ປະກອບຄໍາເຫັນ
ໃນກອງປະຊຸມສໍາຄັນຕ່າງໆ ຂອງພາກລັດ ແລະ ອົງການ
ຈັດຕັ້ງອື່ນໆ
ກຽດປະຫວັດ ໃນການເປັນຜູ້ບຸກເບີກ
   (1)  ເປັນສະມາຊິກ ຂອງ ສະພາການຄ້າ ແລະ  
          ອຸດສາຫະກຳແຫ່ງຊາດລາວ ( ສຄອ )
   (2)  ໄດ້ຮັບລາງວັນໂລ້ຄໍາ ນັກທຸລະກິດດີເດັ່ນ ຈາກ ສຄອ
          2005 ໃນວັນທີ 26/11/2005 ໃນໂອກາດຄົບຮອບ
          30 ປີ ຂອງການສ້າງຕັ້ງ ສປປ ລາວ.
   (1)  ເປັນຜູ້ບຸກເບີກ ຄົ້ນຄວ້າເອົາພາສາລາວ ເຂົ້າໃຊ້ໃນ
          ຄອມພິວເຕີ ປີ 1984 ( ເລີ່ມຕົ້ນໃຊ້ ຢູ່ກະຊວງ
          ການຕ່າງປະເທດ )
   (2)  ເປັນຜູ້ບຸກເບີກຂຽນໂປຣແກຣມຄຸ້ມຄອງທຸລະກິດ
          ດ້ວຍຄອມພິວເຕີ ເຊັ່ນ ໂປຣແກຣມບັນຊີວິສາຫະກິດ,
          ໂປຣແກຣມຄຸ້ມຄອງສາງສິນຄ້າ, ໂປຣແກຣມບັນຊີ
          ທະນາຄານ ເລີ່ມໃນປີ 1987 ເຖີງ 1993. ໄດ້ຕິດຕັ້ງ
          ໂປຣແກຣມດັ່ງກ່າວ ໃນທຸລະກິດສຳຄັນຕ່າງໆ ຫລາຍ
          ກວ່າ 100 ບໍລິສັດ ເຊັ່ນ ບໍລິສັດເຍບລາວ, ບໍລິສັດ
          ນໍ້າຫວານລາວ, ບໍລິສັດໂທລະຄົມ, ໂຮງແຮມລ້ານຊ້າງ
          ໂຮງງານຜະລິດຢາເລກ 2, ບໍລິສັດບໍລິການລົດໂຕໂຍ
          ຕ້າ, ລັດວິສາຫະກິດຕໍ່າແຜ່ນຂຸນຕາ, ທະນາຄານ
          ການຄ້າຕ່າງປະເທດ, ທະນາຄານວຽງຈັນພານິດ ແລະ
          ແຫ່ງອື່ນໆ. ເລີ່ມແຕ່ປີ 1993 ໄດ້ຫຍຸດບໍລິການຕິດ
          ຕັ້ງໂປຣແກຣມ ເນື່ອງຈາກວ່າ ໄດ້ຫັນປ່ຽນມາສ້າງຕັ້ງ
          ໂຮງຮຽນ ການສຶກສາຊັ້ນສູງ ພາກເອກະຊົນ ແຫ່ງທຳ             ອິດ ຂອງລາວ
   (3)  ເປັນຜູ້ບຸກເບີກສ້າງຕັ້ງສູນຝຶກອົບຮົມ ຄອມພິວເຕີ
          ວິຊາຊີບ ໃນປີ 1991 ເພື່ອໃຫ້ຄົນລາວ ໄດ້ຮູ້ຈັກນຳໃຊ້
          ຄອມພິວເຕີທົ່ວໄປ ແລະ ນຳໃຊ້ຄອມພິວເຕີ ເຂົ້າໃນ
          ການຄຸ້ມຄອງທຸລະກິດ ແລະ ວຽກງານທາງການ.
          ໃນເວລານັ້ນ ໃສ່ຊື່ວ່າ " ສູນຝຶກອົບຮົມ ຄອມພິວເຕີ
          ວິຊາຊີບ " ( Computer Training Center ) ໂດຍ
          ມີຊື່ຫຍໍ້ເປັນພາສາອັງກິດວ່າ " Comcenter " ຊຶ່ງ
          ເປັນຊື່ທີ່ໃຊ້ກັນ ມາຮອດປັດຈຸບັນນີ້.
   (4)  ເປັນຜູ້ບຸກເບີກ ສ້າງຕັ້ງໂຮງຮຽນ ການສຶກສາຊັ້ນສູງ 
          ພາກເອກະຊົນ ຊຶ່ງເປັນແຫ່ງທຳອິດ ຂອງລາວ ໃນປີ
         1993 ໂດຍມີຊື່ວ່າ ວິທະຍາໄລ ຄອມເຊັນເຕີ 
ຄະນະຜູ້ແທນຂັ້ນສູງ ຈາກສະພາ
ປະຊາຊົນແຫ່ງຊາດ ນຳໂດຍ
ທ່ານ ດຣ ໄຊສົມພອນ ພົມວິຫານ
ພ້ອມດ້ວຍຄະນະ ມາຢ້ຽມຢາມ
ວິທະຍາໄລ ຄອມເຊັນເຕີ ຊຶ່ງຖື
ເປັນກຽດຢ່າງສູງ.
ຄະນະບໍດີ ແລະ ຄະນະຜູ້ແທນ
ໃນລະດັບຂັ້ນຕ່າງໆ ຈາກມະຫາວິທະຍາໄລ  ຕ່າງປະເທດ ຫລາຍແຫ່ງ ມາຢ້ຽມຢາມ ວິທະຍາໄລ ຄອມເຊັນເຕີ
ກຽດປະຫວັດ ໃນວົງການທຸລະກິດ